20 May
20May

ໄຟຟ້າຫຼຸດລາ­ຄາລົງ 50% ຕໍ່ຜູ້ໃຊ້ໄຟບໍ່ເກີນ 150 kWh.

ດັ່ງທີ່ເຮົາຮູ້ກັນດີວ່ານະໂຍບາຍກັກຕົວຢູ່ບ້ານຂອງລັດຖະບານ ສປປ ລາວ, ຫລາຍໆຄົນ ຫລາຍໆຄອບຄົວຄົງຕ້ອງໄດ້ໃຊ້ໄຟຟ້າຫລາຍກວ່າປົກກະຕິ ແລະ ລັດກໍ່ໄດ້ມີນະໂຍບາຍພິເສດສຳລັບຜູ່ທີ່ໃຊ້ໄຟຟ້າຕ່ຳກວ່າ 150kwh, ຫລຸດລາຄາລົງໃຫ້ 50% ຂອງມູນຄ່າທີ່ໃຊ້ທັງໝົດ ແລະ ປັບລາຄາຄິດໄລ່ຄ່າໄຟຟ້າໃໝ່.
ພາບ: laopost.com
ຜ່ານການຄົ້ນ­ຄວ້າຢ່າງເລິກ­ເຊິ່ງ ກະ­ຊວງພະ­ລັງ­ງານ ແລະ ບໍ່ແຮ່ ກໍໄດ້ຕົກ­ລົງເຫັນດີກ່ຽວກັບປະ­ຕິ­ບັດນະ­ໂຍ­ບາຍຫຼຸດຄ່າໄຟ ໄດ້ອອກແຈ້ງການສະ­ບັບເລກທີ 438/ພບ ລົງວັນທີ 08 ເມ­ສາ 2020 ເຖິງລັດວິສາຫະກິດໄຟ­ຟ້າລາວ ໃນການປະ­ຕິ­ບັດໂຄງສ້າງລາ­ຄາໄຟ­ຟ້າໃໝ່ ແຕ່ 2020 ຫາ ປີ 2025   ໂດຍໃຫ້ເລີ່ມປະ­ຕິ­ບັດນັບແຕ່ເດືອນພຶດ­ສະ­ພາ 2020 ເປັນ­ຕົ້ນໄປ(ໝາຍຄວາມວ່າ ບິນຄ່າໄຟເດືອນພຶດ­ສະ­ພາ ແມ່ນ ຄ່າພະ­ລັງ­ງານຂອງເດືອນເມ­ສາ) ໃນໂຄງສ້າງລາ­ຄາໄຟ­ຟ້າໃໝ່ນີ້ ພາກທີ່­ຢູ່ອາ­ໄສ ໄດ້ຫຼຸດລາ­ຄາຈາກອັດ­ຕາຄິດ­ໄລ່ 6 ຂັ້ນ ມາເປັນຂັ້ນດຽວ ລາ­ຄາ 710 ກີບ/kWh
ແຕ່ມີນະ­ໂຍ­ບາຍຫຼຸດລາ­ຄາລົງ 50% ຕໍ່ຜູ້ໃຊ້ໄຟບໍ່ເກີນ 150 kWh ລາ­ຄາ 355 ກີບ/kWh, ພາກອື່ນໆທີ່ບໍ່ແມ່ນທີ່­ຢູ່ອາ­ໄສ ກໍໄດ້ຮັບສ່ວນຫຼຸດເຊັ່ນກັນ ເຮັດໃຫ້ຜູ້ຊົມ­ໃຊ້ແຕ່ລະປະ­ເພດໄດ້ຮັບສ່ວນຫຼຸດ 2-35% ພ້ອມນັ້ນ ກໍໄດ້ມີນະ­ໂຍ­ບາຍເລື່ອນເວ­ລາຊຳ­ລະຄ່າໄຟອອກໄປ ຈາກ 7-30 ວັນ ເປັນ 7-45 ວັນ.

ຜູ້ໃຊ້ໄຟຟ້າຕ່ຳກວ່າ 150 kWh ໄດ້ເຮ ນະໂຍບາຍຫລຸດລາຄາເຄິ່ງໜືງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING