10 May
10May

ໄວ້ອາໄລ ຄືຄຳທີ່ຖືກຕ້ອງໃນການຂຽນ ແລະ ເວົ້າພາສາລາວ.

ຕາມການອະທິບາຍຂອງເພຈ ເຟສບຸກ ພາສາລາວໄດ້ຍົກຄຳນີ້ມາອະທິບາຍ ແລະ ແບ່ງປັນຄວາມຄິດຄວາມເຫັນນຳກັນໄວ້ຢ່າງລະອຽດ ໜ້າສົນໃຈ ແລະ ເຮັດໃຫ້ຫລາຍໆຄົນເຂົ້າໃຈຄຳນີ້ໃນການໃຊ້ພາສາລາວຫລາຍຂື້ນ.

ໃນໄລຍະຜ່ານມາ ມີບາງຄົນມັກໃຊ້ຄໍາວ່າ “ໄວ້ອາໄລ” ເປັນ “ໄຫວ້ອາໄລ”. ບໍ່ພຽງແຕ່ບາງຄົນເທົ່ານັ້ນ ຕະຫຼອດຮອດໜັງສືພິມບາງສະບັບ-ໂທລະພາບບາງຊ່ອງກໍມັກໃຊ້ຜິດຢູ່ເລື້ອຍ… ບາດນີ້ ພວກເຮົາມາລອງວິເຄາະຄໍາທີ່ມີບັນຫາດັ່ງກ່າວນີ້ຄັກໆເບິ່ງວ່າມັນມີກົກເຄົ້າເຫງົ້າກໍ ແລະຄວາມໝາຍແນວໃດກັນແທ້?

*ໄວ້ອາໄລ* ແມ່ນຄໍາປະສົມລາວ-ປາລີ ຄື ໄວ້ + ອາລຍ = ໄວ້ອາລັຍ ແລ້ວແປງມາຂຽນແບບປັດຈຸບັນເປັນ “ໄວ້ອາໄລ” ເຊິ່ງມີບັນທຶກໄວ້ໃນວັດຈະນານຸກົມລາວທຸກສະບັບ.

“ໄວ້” ເປັນຄໍາກິລິຍາ ມີຄວາມໝາຍວ່າ “ຮັກສາ, ແພງ, ໃຫ້ມີຢູ່, ໃຫ້ຜາກົດຢູ່, ເຊື່ອງ, ມ້ຽນ, ສະແດງ”.

“ອາໄລ” ເປັນຄໍາກິລິຍາ ໝາຍເຖິງ “ຫ່ວງໃຍ, ຫ່ວງຫາ, ລະນຶກເຖິງດ້ວຍຄວາມເສຍດາຍ”.

ເມື່ອທັງສອງຄຳປະສົມເຂົ້າກັນແລ້ວ ຈຶ່ງກາຍເປັນ “ໄວ້ອາໄລ” ເຊິ່ງມີຄວາມໝາຍວ່າ “ສະແດງຄວາມຄິດເຖິງຜູ້ທີ່ລ່ວງລັບໄປແລ້ວດ້ວຍຄວາມເສຍດາຍ”.

ຍ້ອນແນວນັ້ນ ເວລາເຂົ້າຮ່ວມພິທີສົ່ງສະການໃດໜຶ່ງ ເຮົາຈະເຫັນຢ່າງເປັນປະຈຳວ່າ ຫຼັງຈາກອ່ານປະຫວັດຂອງຜູ້ເສຍຊີວິດນັ້ນແລ້ວ ເພິ່ນກໍຈະບອກໃຫ້ຜູ້ເຂົ້າຮ່ວມພິທີກົ້ມຫົວໄວ້ອາໄລເປັນເວລາ 30 ວິນາທີ ຫຼື 1 ນາທີ… ໃນການໄວ້ອາໄລທີ່ເປັນພິທີການນັ້ນ ເຮົາຈະສັງເກດເຫັນວ່າ ບໍ່ມີການຍໍມືນົບແຕ່ປະການໃດ ມີແຕ່ກົ້ມຫົວສະຫງົບນິ້ງເທົ່ານັ້ນ.
ພາສາລາວ ໄວ້ອາໄລ ແລະ ໄຫວ້ອາໄລ ໃວ້ອາໄລ ຄວນໃຊ້ຄຳໃດ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู:    https://doodido.com/

UFABET:    https://www.ufabet369.net/ufabet/

แทงบอล:    https://www.ufabet369.net/

ดูบอล:    https://zonedooball.com/

ดูหนัง HD:    https://moviesdoofree.com/

Comments
* The email will not be published on the website.
I BUILT MY SITE FOR FREE USING