13 Aug
13Aug

ໜອງສະເດັດເຈົ້າສຸພານຸວົງ ຈະເປັນແຫຼ່ງທ່ອງທ່ຽວໃໝ່ຂອງຊຽງຂວາງ.

    ໜອງສະເດັດເຈົ້າສຸພານຸວົງຈະພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດຕິດພັນກັບປະຫວັດສາດ ແລະ ເປັນສູນລວມຄົນຮັກມັກໃນການຍ່າງອອກກຳລັງກາຍ ເພື່ອສຸຂະພາບ, ບໍລິການຮ້ານອາຫານ, ທີ່ປະຊຸມ, ຂີ່ງສະລິງ, ຕູບ, ຊົມວິວເບິ່ງຄວາມມະຫັດສະຈັນຂອງທຳມະຊາດ ແລະ ສູບດົມອາກາດບໍລິສຸດທີ່ສຸດ, ຊົມຄວາມສວຍງາມຂອງເທສະບານເມືອງ. ໜອງສະເດັດເຈົ້າສຸພານຸວົງ ເຊິ່ງຕັ້ງຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໄດ້ຮັບອະນຸຍາດຢ່າງເປັນທາງການ ໃນວັນທີ 24 ມັງກອນ 2020 ໃນຮູບແບບເຊົ່າ – ສຳປະທານເປັນເວລາ 30 ປີ ການພັດທະນາແບ່ງອອກເປັນ 5 ໄລຍະ ເຊິ່ງໄລຍະທຳອິດແມ່ນສຳຫຼວດກວດກາປັກຫຼັກໝາຍຂອບເຂດເນື້ອທີ່ເຊົ່າສຳປະທານ ຈຳນວນ 123 ເຮັກຕາ, ກໍ່ສ້າງເສັ້ນທາງ, ປັບໜ້າດິນສະຖານທີ່ຈັດງານແຂ່ງຂັນຊ່ວງເຮືອ ແລະ ບຸນປະເພນີຕ່າງໆ, ບ່ອນຈອດລົດ ແລະ ປັບປຸງໜອງ.
ພາບ: laoedaily.com.la
    ໄລຍະທີ 2 ປັບປຸງ ແລະ ຂະຫຍາຍປູກຕົ້ນໄມ້ໃຫຍ່, ປັບປຸງໜອງສໍາລັບລ້ຽງປາທໍາມະຊາດ, ສ້າງສວນດອກໄມ້, ສວນສະໜຸກ, ສ້າງບ່ອນຫຼິ້ນກີລາ, ບ່ອນຍ່າງອອກກຳລັງກາຍກາງແຈ້ງ, ດື່ມກາເຟ, ຈຸດຊົມວິວ.
ໄລຍະທີ 3 ກໍ່ສ້າງຮ້ານອາຫານ, ຫ້ອງຈັດງານລ້ຽງສ້າງສັນ ແລະ ຫ້ອງຈັດງານດອງ, ໄລຍະທີ 4 ກໍ່ສ້າງຂອບເຂດເຮືອນຈໍາລອງຂອງບັນດາຊົນເຜົ່າຕ່າງໆໃນແຂວງຊຽງຂວາງ ແລະ ໄລຍະທີ 5 ບຸກກໍ່ສ້າງເຮືອນພັກ ແລະ ຣີສອດ.
ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວວ່າ: ໜອງສະເດັດເຈົ້າສຸພານຸວົງ ເປັນໜອງໜຶ່ງທີ່ມີຄວາມສວຍງາມຕາມທຳມະຊາດມາແຕ່ດຶກດຳບັນ ແຕ່ຍັງບໍ່ທັນໄດ້ມີການພັດທະນາປັບປຸງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຂອງສັງຄົມ ຜ່ານມາມີ 5 ບໍລິສັດທັງໃນ ແລະ ຕ່າງປະເທດທີ່ຢາກພັດທະນາ ແຕ່ກໍບໍ່ເກີດ.
ສະນັ້ນ, ບໍລິສັດກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ແມ່ນເປັນບໍລິສັດທີ 6 ແລະ ເປັນບໍລິສັດຄົນລາວສາຍເລືອດຊາວຊຽງຂວາງ 100% ເຊິ່ງເຂົ້າມາເພື່ອພັດທະນາປັບປຸງບໍລິເວນໜອງນໍ້າສະເດັດເຈົ້າສຸພານຸວົງ.
ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ຊຽງຂວາງກໍເປັນອີກໜຶ່ງແຂວງວິລະຊົນໃນຂະບວນການຕໍ່ສູ້ກູ້ຊາດ ແລະ ມີຮ່ອງຮອຍສຳຄັນທາງປະຫວັດສາດຂອງຊາດ ນັບຈາກປະເທດຊາດໄດ້ຮັບການປົດປ່ອຍ ຊຽງຂວາງແມ່ນມີທ່າແຮງຫຼາຍດ້ານໃນການພັດທະນາ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ.
ຊຽງຂວາງພັດທະນາໜອງສະເດັດເຈົ້າສຸພານຸວົງໃຫ້ເປັນແຫຼ່ງທ່ອງທ່ຽວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 


Comments
* The email will not be published on the website.
I BUILT MY SITE FOR FREE USING