ໜຶ່ງຫົວຂໍ້ສຳຄັນໃນກອງປະຊຸມລັດຖະບານສົ່ງເສີມການຊົມໃຊ້ພາຍໃນ.
ໃນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2020 ໄດ້ເປີດໃນຕອນເຊົົ້າວັນທີ 23 ທີີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົົ້າຮ່ວມ.
ພາບ: laoedaily.com.laກອງປະຊຸມຄັົ້ງນີົ້ ໄດ້ພ້ອມກັນຄົົ້ນຄວ້າພິຈາລະນາ ແລະປະກອບຄໍາຄິດເຫັນ ຕໍໍ່ບົດລາຍງານ ຈໍານວນ 4 ຫົວຂໍໍ້ສໍາຄັນ ເປັນຕົ້ນການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທືີ່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັົ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນຕົົ້ນປີ 2020, ຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນໍາເຂົົ້າສິນຄ້າ ອຸປະໂພກ-ບໍລິໂພກ,ການກໍານົດໂຄງສ້າງລາຄານໍ້າມັນເຊືົ້ອໄຟ ແລະທິດທາງການຜັນຂະຫຍາຍ ຜົນການພົບປະ ສສ ຫວຽດນາມ ແລະ ສປ ຈີນ.
ທິດຜັນຂະຫຍາຍຜົນການປຶກສາຫາລື ກ່ຽວກັບການຜ່ອນຜັນມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ COVID-19 ກັບ ສສ ຫວຽດນາມ ແລະ ສປ ຈີນເພື່ອບໍ່ໃຫ້ພະຍາດລະບາດນີ້ກັບຄືນມາລະບາດອີກຮອບໃໝ່.
ໃນນັ້ນຫົວຂໍ້ກ່ຽວກັນການຊົມໃຊ້ຜະລິດຕະພັນພາຍໃນ ແລະ ການຄຸ້ມຄອງການນໍາເຂົົ້າສິນຄ້າ ອຸປະໂພກ-ບໍລິໂພກ: ໂດຍລວມເຫັນວ່າມີຄວາມຄືບໜ້າດີ, ການຜະລິດສະໜອງການຊົມໃຊ້ພາຍໃນ ສາມາດກຸ້ມຕົນເອງໄດ້ໂດຍພືົ້ນຖານ, ອັນພົົ້ນເດັັ່ນ ຊາວກະສິກອນ, ກຸ່ມຜະລິດ ແລະ ຕົວແບບດ້ານຕ່າງໆ ໄດ້ມີການຜະລິດເປັນຂະບວນກວ້າງຂວາງ ແລະ ມີປະລິມານເພີີ່ມຂຶົ້ນ, ດ້ານການຕະຫຼາດ ກໍໍ່ມີຄວາມຄ່ອງຕົວດີ.
ສົ່ງເສີມການຊົມໃຊ້ພາຍໃນແມ່ນໜຶ່ງໃນຫົວຂໍ້ສຳຄັນຂອງກອງປະຊຸຸມ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์