1. ຈຸດຊົມວິວພູຜາໝ່ານ ( The Rock View Point ) ເມືອງຄູນຄຳ
ຈຸດຊົມວິວພູຜາຫມ່ານ ຫ່າງຈາກ ບ້ານນາຫີນ ເມືອງຄຸນຄຳ ແຂວງຄຳມ່ວນ ປະມານ 10 ກມ ໄປທາງທິດຕາເວັນຕົກ ຕາມເສັ້ນທາງເລກທີ 8 ເຊິ່ງເປັນຈຸດຊົມຄວາມງົດງາມທາງທຳມະຊາດສ້າງຂຶ້ນ ເຊິ່ງໃນບໍລິເວນນີ້ຈະສາມາດແນມເຫັນຫີນໜາມໜໍ່ ທີ່ເກີດຂຶ້ນເປັນເວລາຫຼາຍລ້ານປີ.
2. ຖ້ຳກອງລໍ: ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ມະຫັດສະຈັນງົດງາມແຫ່ງໜຶ່ງຂອງແຂວງຄຳມ່ວນ, ຖ້ຳກອງລໍມີລວງຍາວ 7,5 ກິໂລແມັດ, ທ່ານສາມາດນ່ັງເຮືອເຂົ້າໄປຊົມຄວາມສວຍງາມຢູ່ໃນຖ້ຳໄດ້ຍ່າງສະດວກສະບາຍ, ການໄປຢ້ຽມຢາມຖ້ຳກອງລໍຄວນໄປນອນຢູ່ເຮືອນພັກ ບ້ານນາຕານ ຫຼື ບ້ານກອງລໍ. ນອກນັ້ນຍັງມີເຮືອນພັກສາລາຫີນບູນ ແລະ ເຮືອນພັກບ້ານຄູນຄຳ (ບາງຄົນເອີ້ນວ່າບ້ານນາຫີນ) ເຊິ່ງເປັນປະຕູດ່ານເຂົ້າໄປຫາຖ້ຳກອງລໍ, ຈາກເສັ້ນທາງເລກທີ 13 ເຂົ້າໄປທາງເລກ 8 ຮອດບ້ານຄູນຄຳຈາກນັ້ນທ່ານອາດຈະຂີ່ເຮືອ ຫຼື ລົດໄປທາງບ້ານກອງລໍ.
3. ເມືອງທ່າແຂກ: ເປັນເທດສະບານແຂວງຄຳມ່ວນ ເມືອງທ່າແຂກ ຕັ້ງຢູ່ແຄມແມ່ນ້ຳຂອງ ແລະ ເປັນຈຸດຂ້າມຜ່ານທີ່ສຳຄັນກົງກັນຂ້າມກັບ ຈັງຫວັດນະຄອນພະນົມປະເທດໄທ. ຕົວເມືອງທ່າແຂກ ສະຖາປັດຕະຍະກຳ ຮູບແບບສະໄໝອານານິຄົມຝຣັ່ງໃນປີ 1911-1912 ເປັນຈຳນວນຫຼວງຫຼາຍ ເຊິ່ງກາຍເປັນສະເໜ່ຂອງເມືອງ; ຊື່ຂອງເມືອງທ່າແຂກມີຄວາມໝາຍວ່າ: ທ່າຈອດເຮືອ ຂອງແຂກຕ່າງປະເທດ ຫຼື ພໍ່ຄ້າຕ່າງປະເທດໃນສະໄໝສົງຄາມອິນດູຈີນຄັ້ງທີ 2 ດັ່ງນັ້ນ ທ່າແຂກ ກໍ່ກາຍເປັນສູນກາງຍຸດທະສາດອັນສຳຄັນໃນເວລານັ້ນ ແລະ ໃນປັດຈຸບັນນີ້ ເມືອງທ່າແຂກ ບໍລິເວນລຽບແຄມນ້ຳຂອງ ຍັງມີຕຶກອາຄານແບບຝຣັ່ງເຫຼືອຢູ່ເປັນຈຳນວນຫຼວງຫຼາຍ ແລະ ຍັງຄົງຮັກຮູບຊົງຂອງເຂດເມືອງເກົ່າໄວ້ຢ່າງງົດງາມ ເຮັດໃຫ້ເຮົາສາມາດສຳພັດ ຕົວເມືອງ ແລະ ເຫັນບັນຍາກາດ ເມືອງທ່າແຫ່ງການຄ່າຂາຍທີ່ພໍ່ຄ້າຊາວຂາຍ ຫຼາກຫຼາຍສັນຊາດນຳໃຊ້ໃນເມື່ອກ່ອນ.
4. ພະທາດສີໂຄດຕະບອງ: ພະທາດສີໂຄດຕະບອງ ເປັນສາສະໜາສະຖານທີ່ມີຄວາມສັກສິດແຫ່ງໜຶ່ງຂອງ ສປປ ລາວ ຊຶ່ງຖືກສ້າງຂຶ້ນໃນ ສະໄໝອານາຈັກສີໂຄດຕະບອງ ( ສັດຕະວັດທີ 6-8 ) ເປັນບ່ອນເກັບມ້ຽນ ອັດທິຂອງພະພຸດທະເຈົ້າ, ເຈົ້າຊີວິດໂພທິສາລາດ ໄດ້ທຳການປະຕິສັງຂອນທາດ ແລະ ຕິດດອກບົວໃສ່ຈອມທາດໃນສະຕະວັດທີ 16. ເຈົ້າໄຊເສດຖາທິລາດໄດ້ປະຕິຮູບ ຮູບຊົງຂອງພະທາດໃຫ້ເປັນຮູບທີ່ເຫັນໃນປະຈຸບັນນີ້. ສ່ວນອື່ນໆແມ່ນສ້າງຂຶ້ນໃນຊຸມປີ 1950, ຕໍ່ມາໃນປີ 1970 ກໍ່ໄດ້ມີການກໍ່ສ້າງເພີ່ມ, ໃນມື້ເດືອນເພັງຂອງເດືອນກຸມພາ ຂອງທຸກໆປີ ( ກົງກັບເດືອນສາມຕາມປະຕິທິລາວ ) ໄດ້ມີການສະເຫຼີມສະຫຼອງບຸນ ພະທາດສີໂຄດຕະບອງ ເປັນເວລາຫຼາຍວັນເພື່ອເປີດໃຫ້ມວນຊົນເຂົ້າສັກກາລະບູຊາ. ການສະຫຼອງບຸນປີໃໝ່ລາວໄດ້ຈັດຂຶ້ນໃນເດືອນເມສາຂອງທຸກໆປີໃນລະຫວ່າງ ວັນທີ 13-15 ໃນງານບຸນດັ່ງກ່າວໄດ້ມີການແຫ່ນາງສັງຂານຫົດສົງນ້ຳ ແລະ ບາສີສູ່ຂວັນຕາມປະເພນີ.
5. ທ່າຝຣັ່ງ: ຕັ້ງຫ່າງຈາກ ເມືອງທ່າແຂກ ແຂວງຄຳມ່ວນ 10 ກິໂລແມັດ ຕາມທາງເລກທີ່ 12A ມີສາຍນໍ້າໂດນ ທີ່ເປັນສີຟ້າຄາມ ມີຄວາມຍາວ 20 ກວ່າກິໂລແມັດ ເປັນນໍ້າທີ່ອອກມາຈາກພູຫີນປູນທີ່ໃຫຍ່ທີ່ສຸດໃນລາວທີ່ເອີ້ນວ່າ ”ຂຸນໂດນ” ອ້ອມຂ້າງສາຍນໍ້າຈະມີສາຍພູຫີນທັງສອງຂ້າງ ທີ່ຍາວແຕ່ຕົ້ນເຖິງປາຍນໍ້າທີ່ມາຮອດແຄມເສັ້ນທາງ 12A ພ້ອມທຳມະຊາດປ່າໄມ້ ແລະ ພູຜາ ທີ່ມີຄວາມສວຍສົດງົດງາມ ປະຈຸບັນໄດ້ມີການເລີ່ມພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວເຊີງອະນຸລັກ Ecotourism ເຊິ່ງຈະເລີ່ມໃຫ້ບໍລິການເປັນແຫລ່ງທ່ອງທ່ຽວມາແຕ່ປີີ 2018 ເປັນຕົ້ນມາຮອດປັດຈຸບັນ.
6. ກຳແພງຍັກ: ອີງຕາມ ນະວະນິຍາຍ ໄດ້ເວົ້າວ່າກຳແພງນີ້ເອີ້ນວ່າ ກຳແພງຍັກສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງ ເຊິ່ງບາງຄົນກໍ່ເວົ້າວ່າ ເຖິງມັນຈະເກີດຂຶ້ນເອງຕາມທຳມະຊາດແຕ່ມັນກໍ່ສາມາດປະສົມປະສານເປັນລະບົບປ້ອງກັນໃນຍຸກສະໄໝນັ້ນ. ເປັນສະຖານທີ່ ທີ່ຄວນໄປຢ້ຽມຢາມ, ກຳແພງຍັກຕັ້ງຢູ່ຫ່າງຈາກຕົວເມືອງທ່າແຂກໄປທາງທິດເໜືອ 8 ກິໂລແມັດ ຂະໜານຕາມເສັ້ນທາງເລກທີ່ 13 ໃຕ້.
7. ຖ້ຳພະໜອງປາຝາ: ຖໍ້າປາຝາຖືກຄົ້ນພົບໃນເດືອນ 4 ປີ 2004 ໂດຍພໍ່ເຖົ້າ ບຸນນົງ ຊາວບ້ານໆນາຂ້າງຊ້າງ, ຢູ່ທາງໃນມີພະພຸດທະຮູບຈຳນວນ 229 ອົງ, ຖໍ້າແຫ່ງນີ້ຕັ້ງຢູ່ໃກ້ກັບບ້ານນາຂ້າງຊ້າງ ຫ່າງຈາກຕົວເມືອງທ່າແຂກໄປທາງທິດຕາເວັນອອກສ່ຽງເໜືອປະມານ 14 ກິໂລແມັດ.
8. ຖ້ຳເຊບັ້ງໄຟ: ເປັນຖ້ຳນ້ຳລອດ ອີກແຫ່ງໜຶ່ງຂອງແຂວງຄຳມ່ວນທີ່ມີຄວາມງົດງາມ ແລະ ມີຄວາມກ້ວາງໃຫຍ່ກວ່າ ບັນດາຖ້ຳອື່ນໆໃນຂອບເຂດນີ້. ຖ້ຳດັ່ງກ່າວນີ້ມີນ້ຳເຊບັ້ງໄຟໄຫຼຜ່ານມີຄວາມຍາວເຖິງ 9,5 ກິໂລແມັດ, ຖ້ຳນ້ຳລອດເຊບັ້ງໄຟຕັ້ງຢູ່ທາງດ້ານຕາເວັນອອກສ່ຽງເໜືອຂອງ ເມືອງບົວລະພາ.
9. ຖ້ຳຊຽງລຽບ: ປາກຖ້ຳທີ່ງົດງາມ ນີ້ຢູ່ຕີນຜາຫີນ ເຊິ່ງມີລວງສູງ 30 ແມັດ. ຄຳວ່າ: “ຊຽງ” ໝາຍຄວາມວ່າຜູ້ທີ່ເຄີຍບວດເປັນສຳມະເນນ ແລະ “ລຽບ” ໝາຍຄວາມວ່າ: ຍ່າງອ້ອມ. ຕາມນິທານໄດ້ເລົ່າວ່າແຕ່ກ່ອນມີ ຊຽງນ້ອຍຜູ້ໜຶ່ງມັກລູກສາວພະລືສີ ລາວໄດ້ຍ່າງອ້ອມບໍລິເວນນັ້ນ ເພື່ອຫາໂອກາດເຂົ້າໄປຫານາງຢູ່ໃນຖ້ຳ. ປະຈຸບັນນີ້ຢູ່ໃນຖ້ຳດັ່ງກ່າວເປັນບ່ອນອາໄສຂອງປາຝາ ແລະ ຝູງເຈຍ. ຖ້ຳນີ້ຕັ້ງຢູ່ຫ່າງຈາກ ເມືອງທ່າແຂກໄປທາງທິດຕາເວັນອອກສຽງເໜືອ 14 ກິໂລແມັດຕາມເສັ້ນທາງເລກທີ 12 ຢູ່ໃກ້ກັບບ້ານສອງຄອນ.
10. ທ່າລັ່ງ: ບ້ານທ່າລັ່ງ ແມ່ນບ້ານໜື່ງທີ່ຂື້ນກັບເມືອງນາກາຍ ແຂວງຄຳມ່ວນ ຫ່າງຈາກຕົວ ເມືອງທ່າແຂກ ປະມານ 99 ກິໂລແມັດ ແລະ ຫ່າງຈາກເທດ 22 ກິໂລແມັດ, ເສັ້ນທາງປູຢາງສາມາດເຂົ້າເຖິງສະດວກສະບາຍ ສາມາດເຂົ້າເຖິງໄດ້ໂດຍພາຫະນະທາງບົກທຸກປະເພດ, ທ່າລັງມີສະພາບແວດລ້ອມອອ້ມຮອບດ້ວຍທຳມະຊາດທີ່ອຸດົມສົມບູນ ມີສັດປ່ານາໆຊະນິດ ອາໃສຢູ່ຕາມບໍລິເວນປ່າໃກ້ຄຽງເຊັ່ນ: ກະຮອກ, ເຈຍ, ນົກ ແລະ ສັດໃຫຍ່ຈຳນວນໜື່ງ. ມີອາກາດສົດຊື່ນ ແລະ ເຢັນດີເໝາະແກ່ການໄປຜັກຜ່ອນ ແບບໃກ້ສິດທຳມະຊາດເຊັ່ນ: ຫາປາ, ຕັ້ງແຄັມ, ຫຼີ້ນນ້ຳ ແລະ ອື່ນໆ ( ທ່າລັ່ງຢູ່ໃນເຂດຄຸ້ມຂອງ ເຂື່ອນໄຟຟ້ານ້ຳເທີນ 2 ).
10 ສະຖານທີ່ ທີ່ສວຍງາມ ແລະ ໜ້າທ່ອງທ່ຽວໃນແຂວງຄຳມ່ວນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido