3 ບໍລິສັດຮ່ວມມືກັນ ເພື່ອພັດທະນາໂຄງການພາຫະນະທີ່ແລ່ນດ້ວຍໄຟຟ້າ.
ສປປ ລາວ ໄດ້ດໍາເນີນການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ຕາມແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໂດຍອີງໃສ່ແຫຼ່ງນ້ຳທຳມະຊາດທີ່ມີຢູ່ຢ່າງອຸດົມສົມບູນເປັນທ່າແຮງນັ້ນແມ່ນຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ ທັງສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງເພື່ອນມິດ, ສາກົນ ທີ່ຕ້ອງການພະລັງງານທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ.
ພາບ: laoedaily.comມາຮອດປັດຈຸບັນຂະແໜງອຸດສາຫະກຳໄຟຟ້າຢູ່ ສປປ ລາວ ໄດ້ເປັນຜູ້ເຮັດບົດບາດທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ, ອຸດສາຫະກໍາໄຟຟ້າ ໄດ້ກາຍເປັນຂະແໜງເສດຖະກິດທີ່ມີບົດບາດສຳຄັນໃນລະບົບເສດຖະກິດແຫ່ງຊາດຂອງ ສປປ ລາວ ເຊິ່ງສາມາດດຶງດູດການມາລົງທຶນຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ – ສາກົນຢ່າງໜັກແໜ້ນກວ້າງ ຂວາງ.
ໂຄງການພັດທະນາການນຳໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ການສົ່ງເສີມການນຳໃຊ້ໄຟຟ້າເຂົ້າໃນລະບົບຄົມມະນາຄົມ – ຂົນສົ່ງຢູ່ ສປປ ລາວ ແມ່ນບັນຫາໜຶ່ງທີ່ສຳຄັນ ແລະ ຖືກກຳນົດເຂົ້າຢູ່ໃນແຜນຍຸດທະສາດ ແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2030 ກ່ຽວກັບການພັດທະນາວຽກງານພະລັງງານ,
ແນໃສ່ຂຸດຄົ້ນນຳໃຊ້ກຳລັງແຮງດ້ານພະລັງງານທີ່ພວກເຮົາຜະລິດໄດ້ຢູ່ພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດໃນທຸກຮູບແບບ, ຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ ແລະ ການປະເຊີນໜ້າກັບຄວາມສ່ຽງກ່ຽວກັບລາຄານໍ້າມັນ ແລະ ແມ່ນການສົ່ງເສີມການນຳໃຊ້ພະລັງງານທີ່ສະອາດ, ຫຼຸດຜ່ອນມົນລະພິດ ຕິດພັນກັບການສົ່ງເສີມຄຸນນະພາບຊີວິດ ແລະ ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໃນໄລຍະໃໝ່ຕາມທິດປະຢັດ, ສີຂຽວ ແລະ ຍືນຍົງ.
3 ບໍລິສັດຈັບມືກັນ ເພື່ອພັດທະນາໂຄງການພາຫະນະທີ່ແລ່ນດ້ວຍໄຟຟ້າ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์