ADB ເຜີຍວ່າເສດຖະກິດລາວຈະຕິດລົບຄັ້ງແລກໃນຮອບ 30 ປີ.
ຕາມການລາຍງານ ຂອງທະນາຄານພັດທະນາອາຊີ (ADB) ໃຫ້ຂໍ້ມູນວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 3 ທົດສະວັດຜ່ານມາ ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ, ແຕ່ວ່າປະເທດຈະເລີ່ມຟື້ນໂຕຈາກການສູນເສຍທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.
ພາບ: targetlaos.com ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ທ່ານ ຢະຊູຊິ ເນກິຊິ ໃຫ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດໃນປີ 2020 ຫລຸດລົງເທົ່ານັ້ນ ແຕ່ມັນຍັງເປັນການກີດຂວາງຄວາມຄາດຫວັງຂອງລັດຖະບານ ໃນການຈັດເກັບລາຍຮັບ ຊຶ່ງສະຖານະການນີ້ ຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊໍາລະໜີ້ສາທາລະນະ. ແຕ່ບາດກ້າວຕໍ່ໄປ, ລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ແລະ ເລັ່ງລັດການປັບປຸງການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບງົບປະມານໃຫ້ໄດ້ຫລາຍຂຶ້ນ ເພື່ອຮອງຮັບກັບສະຖານນະການທີ່ເກີດຂຶ້ນຢ່າງກະທັນຫັນ.” ສຳລັບຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ເນື່ອງຈາກປະລິມານນໍ້າຝົນໜ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິການເຂົ້າມາທັງໝົດ ແລະ ມີການຫົດຕົວຂອງຂະແໜງການຄ້າ ທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ໃຫ້ບໍລິການຕ່າງໆ.
ໜ້າຕົກໃຈ! ເສດຖະກິດລາວຈະຕິດລົບຄັ້ງແລກໃນຮອບ 30 ປີຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์