ຈາກຂໍ້ມູນຂອງ the world bank ໄດ້ສັງລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020, ເຫັນວ່າ ສປປ ລາວ ມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ.
ອັດຕາຄວາມທຸກຍາກມີຄວາມເຊື່ອມຖອຍລົງໃນບໍລິເວນເຂດພາກກາງ, ເຊິ່ງຈາກເຂດທີ່ມີຄວາມຮັ່ງມີ ກາຍເປັນເຂດທີ່ທຸກຍາກທີ່ສຸດ. ອັດຕາຄວາມທຸກຍາກທຽບໃສ່ຫົວຄົນ ໄດ້ຫຼຸດລົງຈາກ 23.5% ເປັນ 21.5%, ເຮັດໃຫ້ເຂດດັ່ງກ່າວເຊິ່ງໃນເມື່ອກ່ອນເປັນເຂດທີ່ອຸດົມຮັ່ງມີກາຍເປັນມີຄວາມທຸກຍາກສູງທີ່ສຸດ.
ພາບ: targetlaos.com
ກຸ່ມຜູ້ທຸກຍາກຕາມການປະເມີນປະກອບມີ ສາມ ກຸ່ມແຕກຕ່າງກັນ ທີ່ຕ້ອງການມາດຕະການຕອບໂຕ້ທີ່ແຕກຕ່າງກັນດັ່ງນີ້:
ກຸ່ມທຳອິດ (41% ຂອງຜູ້ທຸກ) ປະກອບມີ ຜູ້ທີ່ຢູ່ຫ່າງໄກສອກຫຼີກ, ການສຶກສາຕໍ່າ, ຄົວເຮືອນຊາວກະສິກອນ ເຊິ່ງສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າສ່ວນນ້ອຍ.
ກຸ່ມທີສອງ (45% ) ປະກອບມີກຸ່ມຄົນທີ່ສາມາດເຂົ້າເຖິງສິ່ງອຳນວຍຄວາມສະດວກໄດ້ດີກວ່າ ແຕ່ແມ່ນຄົວເຮືອນທີ່ເປັນຊາວກະສິກຳ ທີ່ມີການສຶກສາບໍ່ສູງ.
ກຸ່ມທີສາມ (14% )ປະກອບມີຄົວເຮືອນ ທີ່ຍຶດຖືອາຊີບຫຼັກແມ່ນວຽກທີ່ບໍ່ແມ່ນກະສິກຳແຕ່ເປັນວຽກທີ່ມີຜົນຜະລິດຕໍ່າ, ມີລະດັບການສຶກສາຕໍ່າ ແລະ ສູງກວ່າສອງກຸ່ມຜ່ານມາ. ກຸ່ມນີ້ ເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການແຜ່ລະບາດຂອງພະຍາດ.
ປະເມີນການຫຼຸດຜ່ອນອັດຕາຄວາມທຸກຍາກຂອງ ສປປ ລາວ ປີ 2020.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo